ພະແນກຍຸຕິທໍາແຂວງ ບໍລິຄໍາໄຊ ຈັດພິທີຮັບສະມາຊິກພັກສຳຮອງ

ພະແນກຍຸຕິທໍາແຂວງ ບໍລິຄໍາໄຊ ຈັດພິທີຮັບສະມາຊິກພັກສຳຮອງ

    ໃນວັນທີ 24 ເມສາ ຜ່ານມາ ຢູ່ທີ່ຫ້ອງປະຊຸມພະແນກຍຸຕິທຳແຂວງ ບໍລິຄຳໄຊ ໄດ້ຈັດພິທີຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ໂດຍໃຫ້ກຽດເປັນປະທານຂອງ ທ່ານ ສະພັງທອງ ພົມມະຈັກ ວ່າການເລຂາ ໜ່ວຍພັກ ພະແນກຍຸຕິທຳແຂວງ ມີຄະນະພັກ,  ບັນດາສະຫາຍສະມາຊິກພັກ ແລະ ບັນດາແຂກ ເຂົ້າຮ່ວມ 32 ສະຫາຍ, ຍິງ 7 ສະຫາຍ. ໃນພິທີ ສະຫາຍ ບຸນເລີດ ລັດທະພອນ ໃຫ້ກຽດຜ່ານມະຕິຕົກລົງຂອງຄະນະປະຈຳພັກ ແຂວງ ບໍລິຄຳໄຊ ສະບັບເລກທີ 646 ຫາ 649 / ຄປພ.ຂບຊ , ລົງວັນທີ 30 ມີນາ 2017 ວ່າດ້ວຍການອະນຸມັດຮັບມະຫາຊົນ ເຂົ້າເປັນສະມາຊິກພັກສຳຮອງ ຈຳນວນ 4 ສະຫາຍ, ຍິງ 01 ສະຫາຍ.

Subscribe to RSS - ພະແນກຍຸຕິທໍາແຂວງ ບໍລິຄໍາໄຊ ຈັດພິທີຮັບສະມາຊິກພັກສຳຮອງ