ພິທີມອບ-ຮັບຫົວໜ້າພະແນກຍຸຕິທໍາແຂວງວຽງຈັນ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່

ພິທີມອບ-ຮັບຫົວໜ້າພະແນກຍຸຕິທໍາແຂວງ ວຽງຈັນ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່

ໃນວັນ​ທີ 30 ທັນວາ 2019 ທີ່​ຜ່ານ​ມານີ້ ທາງພະແນກຍຸຕິທໍາແຂວງ ວຽງຈັນ​​ ໄດ້​ຈັດ​ພິທີ​ມອບ-ຮັບໜ້າທີ່ລະຫວ່າງ ສະຫາຍ ກອງສີ ອຸດົມ ກໍາມະການພັກແຂວງ ຫົວໜ້າພະແນກຍຸຕິທໍາແຂວງ ວຽງຈັນ ຜູ້​ເກົ່າ ​ແລະ​ ສະຫາຍ ສີສະຫວາດ ແສງພະຈັນ ຜູ້ຮັກສາການຫົວໜ້າພະແນກຍຸຕິທໍາແຂວງ ວຽງຈັນ ຜູ້ໃໝ່ ໂດຍ​ການ​ເຂົ້າຮ່ວມຂອງ​ສະຫາຍ ບຸນສອນ ເພັດລາວັນ ຄະນະປະຈໍາພັກແຂວງ, ຮອງເຈົ້າແຂວງ ວຽງຈັນ, ສະຫາຍ ບຸນທາ ຊົງເຢີທ່າວ  ຄະນະພັກກະຊວງ ຫົວໜ້າກົມຈັດຕັ້ງພະນັກງານກະຊວງຍຸຕິທໍາ,​ ໃນ​ນັ້ນ​ໄດ້​ເຊີນ​ເອົາ​ບັນດາພະ​ແນ​ກການ​ທີ່​ກ່ຽວຂ້ອງ​ກໍ​ຄື: ສານ​ປະ​ຊົນ​ແຂວງ​ວຽງຈັນ, ສະພາ​ປະຊາຊົນ​ແຂວງ​ ວຽງຈັນ, ຈັດ​ຕັ້ງ​ແຂວງ,​ ໄອ​ຍະ​ການ​ແຂວງ, ພ້ອມ​ດ້ວຍ​ພະນັກງານພາຍໃນພະ

Subscribe to RSS - ພິທີມອບ-ຮັບຫົວໜ້າພະແນກຍຸຕິທໍາແຂວງວຽງຈັນ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່