ສ້າງສະຕິເຄົາລົບກົດໝາຍໃຫ້ບັນດາພະນັກງານ-ລັດຖະກອນ ຂອງພະແນກສາທາລະນະສຸກແຂວງຊຽງຂວາງ

ສ້າງສະຕິເຄົາລົບກົດໝາຍໃຫ້ບັນດາພະນັກງານ-ລັດຖະກອນ ຂອງພະແນກສາທາລະນະສຸກແຂວງ ຊຽງຂວາງ

ໃນວັນທີ 26 ຕຸລາ 2018 ທີ່ຜ່ານມານີ້ ນຳໂດຍ ທ່ານ ມົນຕີ ສີອຸດົມ ວ່າການຫົວໜ້າພະແນກຍຸຕິທຳແຂວງ ຊຽງຂວາງ ພ້ອມດ້ວຍພະນັກງານວິຊາການ ໄດ້ນຳເອົາບາງເນື້ອໃນ ບາງມາດຕາຂອງກົດໝາຍ ລົງໄປເຜີຍແຜ່ໃຫ້ແກ່ບັນດາຖັນແຖວພະນັກງານ-ລັດຖະກອນຂອງພະແນກສາທາລະນະສຸກແຂວງ ຊຽງຂວາງ ໂດຍການເປັນປະທານຮ່ວມຂອງ ທ່ານ ບຸນໄຊ ນວນທະສິນ ກຳມະການພັກແຂວງຫົວໜ້າພະແນກສາທາລະນະສຸກແຂວງຊຽງຂວາງ, ພິທີດັ່ງກ່າວໄດ້ຈັດຂຶ້ນຢູ່ທີ່ຫ້ອງປະຊຸມຂອງພະແນກສາທາລະນະສຸກແຂວງ ຊຽງຂວາງ ມີບັນດາຫົວໜ້າ, ຮອງຫົວໜ້າທີ່ມາຈາກໂຮງໝໍ, ໂຮງຮຽນສາທາລະນະສຸກ ແລະ ຕະຫຼອດຮອດອ້າຍເອື້ອຍນ້ອງພະນັກງານພາຍໃນພະແນກເຂົ້າຮ່ວມ ຈຳນວນ 135 ຄົນ, ຍິງ 68 ຄົນ.

Subscribe to RSS - ສ້າງສະຕິເຄົາລົບກົດໝາຍໃຫ້ບັນດາພະນັກງານ-ລັດຖະກອນ ຂອງພະແນກສາທາລະນະສຸກແຂວງຊຽງຂວາງ