ເປີດຊຸດຝຶກອົບຮົມການປະເມີນຜົນກະທົບທາງດ້ານງົບປະມານຂອງຮ່າງນິຕິກໍາ

ເປີດຊຸດຝຶກອົບຮົມການປະເມີນຜົນກະທົບທາງດ້ານງົບປະມານຂອງຮ່າງນິຕິກໍາ

ໃນຕອນເຊົ້າຂອງວັນທີ 20 ມີນາ 2019 ຢູ່ທີ່ໂຮງແຮມ ຄຣາວພລາຊາ, ກົມກົດໝາຍ ກະຊວງຍຸຕິທໍາໄດ້ເປີດຊຸດຝຶກອົບຮົມການປະເມີນຜົນກະທົບທາງດ້ານງົບປະມານຂອງຮ່າງນິຕິກໍາຂຶ້ນ ໂດຍການເປັນປະທານ ຂອງທ່ານ ອິນທະປັນຍາ ຂຽວວົງພະຈັນ ຫົວໜ້າກົມກົດໝາຍ ກະຊວງຍຸຕິທໍາ, ມີພະນັກງານວິຊາການກົມກົດໝາຍ ກະຊວງຍຸຕິທໍາ, ກະຊວງກະສີກໍາ ແລະ ປ່າໄມ້, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງພະລັງງານ ແລະ ບໍ່ແຮ່ ເຂົ້າຮ່ວມທັງໝົດ ຈໍານວນ 26 ທ່ານ, ຍິງ 10 ທ່ານ.

Subscribe to RSS - ເປີດຊຸດຝຶກອົບຮົມການປະເມີນຜົນກະທົບທາງດ້ານງົບປະມານຂອງຮ່າງນິຕິກໍາ