ເມືອງປາກລາຍເປີດຊຸດຝຶກອົບຮົມກົດໝາຍ 45 ວັນໃຫ້ແກ່ພະນັກງານຫຼັກແຫຼ່ງ

ເມືອງປາກລາຍເປີດຊຸດຝຶກອົບຮົມກົດໝາຍ 45 ວັນໃຫ້ແກ່ພະນັກງານຫຼັກແຫຼ່ງ

ເມືອງປາກລາຍເປີດຊຸດຝຶກອົບຮົມກົດໝາຍ 45 ວັນ ຊຸດທີ I ປະຈຳປີ 2019 ຂຶ້ນ ໃນຕອນເຊົ້າຂອງວັນທີ 2 ສິງຫາ 2019 ຢູ່ທີ່ສະໂມສອນຫ້ອງວ່າການປົກຄອງເມືອງປາກລາຍ ແຂວງ ໄຊຍະບູລີ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຮ່ວມຂອງ ທ່ານ ສິລິວັດທະນາ ສົມພັນ ຮອງເລຂາໜ່ວຍພັກ, ຮອງຫົວໜ້າພະແນກຍຸຕິທໍາ ແຂວງໄຊຍະບູລີ ແລະ ທ່ານ ສົມດີ ພົງສະຫວັນ ຮອງເລຂາພັກເມືອງ, ຮອງເຈົ້າເມືອງປາກລາຍ ມີພະນັກງານຈາກຫ້ອງການຍຸຕິທຳ ເມືອງ, ແຂກຖືກເຊີນຈາກອ້ອມຂ້າງເມືອງ ພ້ອມດ້ວຍນັກຝຶກອົບຮົມເຂົ້າຮ່ວມ ຈໍານວນ 65 ຄົນ, ຍິງ 18 ຄົນ. ໃນນັ້ນມີນັກຝຶກອົບຮົມ ຈໍານວນ 48 ຄົນ, ຍິງ 16 ຄົນ.

Subscribe to RSS - ເມືອງປາກລາຍເປີດຊຸດຝຶກອົບຮົມກົດໝາຍ 45 ວັນໃຫ້ແກ່ພະນັກງານຫຼັກແຫຼ່ງ