ໄດ້ສ້າງຂະບວນການບານເຕະເພື່ອຄວາມສາມັກຄີກັບນັກຝຶກອົບຮົມກົດໝາຍໄລ່ຍະສັ້ນ 45 ວັນ.

ພະແນກຍຸຕິທໍາແຂວງ ວຽງຈັນ, ໄດ້ສ້າງຂະບວນການບານເຕະເພື່ອຮັດແໜ້ນຄວາມສາມັກຄີ ກັບ ນັກຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ.

ໃນຕອນບ່າຍຂອງວັນພຸດວັນທີ 18 ກັນຍາ 2019 ທີ່ຜ່ານມານີ້ ທາງພະແນກຍຸຕິທຳແຂວງ ວຽງຈັນ ໄດ້ຈັດພິທີຕ້ອນຮັບທ່ານ ນາງ ພູຄໍາ ພັນທະວົງເຈົ້າຂອງໂຮງງານປຸງແຕ່ງໄມ້ຄົບວົງຈອນທີ່ໄດ້ມາມອບເຄື່ອງຮັບໃຊ້ປະເພດໂຕະໄມ້, ຕັ່ງໄມ້ຈໍານວນ 1 ຊຸດ ຄື: ໂຕະ1 ໜ່ວຍ, ຕັ້ງ10 ໜ່ວຍຕົກເປັນມູນຄ່າຈໍານວນ 5.000 000 ກີບ ໃນນັ້ນທາງນັກຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນຊຸດທີ 9 ກໍໄດ້ມອບເຄື່ອງທີລະລຶກຄື: ໂຕະຫີນ 1 ຊຸດຈໍານວນ 500.000 ກີບ ເຊິ່ງພິທີກ່າວມອບໃນຄັ້ງນີ້ ຕ່າງໜ້າໃຫ້ໂຮງງານ ແລະ ນັກຝຶກອົບຮົມໂດຍແມ່ນ ທ່ານ ແພງປິວທິດ ຫຼຽມຂັວນ ແລະ ກ່າວຮັບໂດຍແມ່ນ ທ່ານ ຄໍາພັນ ຊະນະໄພ ຮອງຫົວໜ້າພະແນກຍຸຕິທໍາແຂວງ ວຽງຈັນ

Subscribe to RSS - ໄດ້ສ້າງຂະບວນການບານເຕະເພື່ອຄວາມສາມັກຄີກັບນັກຝຶກອົບຮົມກົດໝາຍໄລ່ຍະສັ້ນ 45 ວັນ.