ກອງປະຊຸມສະໄໝວິສາມັນຂອງທະນາຍຄວາມທົ່ວປະເທດ

ກອງປະຊຸມສະໄໝວິສາມັນຂອງທະນາຍຄວາມທົ່ວປະເທດ

      ໂດຍປະຕິບັດຕາມມະຕິຂອງກອງປະຊຸມໃຫຍ່ທະນາຍຄວາມທົ່ວປະເທດ ປະຈຳປີ 2016 ສະພາທະນາຍຄວາມ ແຫ່ງ ສປປ ລາວ ໄດ້ຈັດກອງປະຊຸມສະໄໝວິສາມັນຂຶ້ນ ເພື່ອຜ່ານ ແລະ ຮັບຮອງເອົາກົດລະບຽບພາຍໃນຂອງ​ຕົນ ພ້ອມ​ກັນ​ນັ້ນ​ກໍ​ເພື່ອ​ເປັນ​ການສະເຫຼີມສະຫຼອງວັນສ້າງຕັ້ງສະພາທະນາຍຄວາມ ແຫ່ງ ສ​ປ​ປ ລາວ ຄົບຮອບ 28 ປີ ​ໃນ​ປີ 2017 ຊຶ່ງກອງ​ປະ​ຊຸມ​ດັ່ງ​ກ່າວ​ໄດ້ຈັດຂຶ້ນໃນທ້າຍເດືອນ ມີນາ 2017 ຢູ່ທີ່ກະຊວງຍຸຕິທຳ ພາຍ​ໃຕ້ການ ເປັນປະທານຂອງ ທ່ານ ຄຳໃສ ສຸລິນທອນ ປະທານສະພາທະນາຍຄວາມ ແຫ່ງ ສປປ ລາວ.

Subscribe to RSS - ກອງປະຊຸມສະໄໝວິສາມັນຂອງທະນາຍຄວາມທົ່ວປະເທດ