ກະຊວງຍຸຕິທຳ ຈັດກິດຈະກຳເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ
Submitted by xaiyphimphone on
ເພື່ອເປັນການສະເຫຼີມສະຫອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ໃນຕອນເຊົ້າຂອງວັນທີ 1 ມິຖຸນາ 2017 ກະຊວງຍຸຕິທຳ ໄດ້ຈັດກິດຈະກຳປູກຕົ້ນໄມ້ຂຶ້ນ ທີ່ສະຖາບັນຍຸຕິທຳແຫ່ງຊາດ ໂດຍ ການນຳພາຂອງ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ, ມີບັນດາຄະນະພັກ, ຄະນະນຳ ຕະຫຼອດຮອດພະນັກງານ, ຄູອາຈານ ແລະ ນັກສຶກສາ ເຂົ້າຮ່ວມຢ່າງເປັນຂະບວນການຟົດຟື້ນ.