ກົມໂຄສະນາເຜີຍແຜ່ກົດໝາຍ ໄດ້ລົງເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍໃຫ້ແກ່ປະຊາຊົນ ຢູ່ແຂວງຫົວພັນ
Submitted by xaiyphimphone on
ໃນລະຫວ່າງວັນທີ 24-26 ເມສາ 2017ທີ່ຜ່ານມາ ກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ ຮ່ວມກັບໂຄງການຈັດຕັ້ງປະຕິບັດແຜນແມ່ບົດພັດທະນາລັດທີ່ປົກຄອງດ້ວຍກົດໝາຍ ໄດ້ລົງເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍ ຢູ່ 3 ເມືອງຂອງແຂວງຫົວພັນ ຄື: ເມືອງວຽງໄຊ, ເມືອງຊຽງຄໍ້, ເມືອງແອດ ໂດຍການນຳພາຂອງທ່ານ ພູທອນ ແກ້ວດວງມະນີ ຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ ເຂົ້າຮ່ວມມີທ່ານ ສົມພອນ ອິນຄະວິໄລ ຫົວ ໜ້າພະແນກຍຸຕິທຳແຂວງຫົວພັນ ຮອງຫົວໜ້າພະແນກ, ພະນັກງານ-ລັດຖະກອນ ຕະຫຼອດຮອດພໍ່ແມ່ປະຊາຊົນພາຍໃນເມືອງຂອງແຂວງຫົວພັນເຂົ້າຮວ່ມຮັບຟັງຢ່າງພ້ອມພຽງ.