ທ່ານ ຮອງລັດຖະມົນຕີ ກະຊວງຍຸຕິທຳ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ເຈີລີມີ ດູກຣາດ ຜູ້ຕາງໜ້າຈາກອົງການ UNODC

ທ່ານ ຮອງລັດຖະມົນຕີ ກະຊວງຍຸຕິທຳ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ເຈີລີມີ ດູກຣາດ ຜູ້ຕາງໜ້າຈາກອົງການ UNODC

     ໃນຕອນເຊົ້າຂອງວັນທີ 31 ສິງຫາ 2016 ຢູ່ທີ່ຫ້ອງຮັບແຂກກະຊວງຍຸຕິທຳ ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທຳ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ເຈີລີມີ ດູກຣາດ ຜູ້ຕ່າງໜ້າຈາກອົງການ UNODC ລະດັບພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ພ້ອມດ້ວຍຄະນະ ເນື່ອງໃນໂອກາດທີ່ທ່ານເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວຢ່າງເປັນທາງການ, ເພື່ອປຶກສາຫາລືກ່ຽວກັບການພົວພັນຮ່ວມມື ລະຫວ່າງອົງການ UNODC ກັບກະຊວງຍຸຕິທຳ ໂດຍສະເພາະການຮ່ວມມືກ່ຽວກັບການບຳບັດຜູ້ຕິດຢາເສບຕິດ, ຜູ້ປ່ວຍຕິດເຊື້ອ HIV, ວຽກງານຕ້ານການຂູດຮີດແຮງງານເດັກ ແລະ ຂະບວນການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຍຸຕິທຳທາງອາຍາ ແລະ ໂຄງການ X26 ເພື່ອຕ້ານການຄ້າມະນຸດ

Subscribe to RSS - ທ່ານ ຮອງລັດຖະມົນຕີ ກະຊວງຍຸຕິທຳ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ເຈີລີມີ ດູກຣາດ ຜູ້ຕາງໜ້າຈາກອົງການ UNODC