ສະຫະພັນກຳມະບານ ກະຊວງຍຸຕິທຳ ສ້າງຂະບວນການອອກແຮງງານ ເພື່ອຕ້ອນຮັບວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 27 ປີ

ເພື່ອ​ເປັນ​ການ​ຂ່ຳນັບຮັບຕ້ອນວັນ​ລັດຖະທຳ​ມະນູນ​ແຫ່ງ​ຊາດ ຄົບຮ​ອບ 27 ປີ ​ໃຫ້​ມີ​ຄວາມໝາຍ ຄວາມ​ສຳຄັນ ດັ່ງ​ນັ້ນ​ ໃນຕອນ​ບ່າຍ​ວັນ​ທີ 10 ສິງຫາ 2018 ສະ​ຫະພັນ​ກຳມະບານ ກະຊວງ​ຍຸຕິ​ທຳ ໄດ້​ສ້າງ​ຂະ​ບວນການ​ອອກ​ແຮງ​ງານ​ລວມຂື້ນ ​ມີ​ຄະນະ​ພັກ-ຄະນະ​ນຳ ພ້ອມ​ດ້ວຍ​ສະມາຊິກ​ກຳມະບານ ທົ່ວ​ກະຊວງ​ຍຸຕິ​ທຳ​ເຂົ້າ​ຮ່ວມ​ຢ່າງ​ເປັນ​ຂະ​ບວນການ​ຟົດ​ຟື້ນ.

        ການ​ອອກ​ແຮງ​ງານ​ຄັ້ງ​ນີ້ ​ໄດ້​ພ້ອມ​ກັນ​ເຮັດ​ຄວາມ​ສະອາດ​ອ້ອມ​ຂ້າງ​ກະຊວງ​ຍຸຕິ​ທຳ ​​ເປັນ​ຕົ້ນ​ການ​ຕັດ​ຫຍ້າ, ຖາງຫຍ້າ, ອະນາ​ໄມ​ອ້ອມ​ຮອບ​ກຳ​ແພງດ້ານ​​ໃນຂອງ​ກະຊວງ ​ແລະ ທຳລາຍ​ແຫຼ່ງ​ເພາະ​ພັນ​ຂອງ​ຍຸງ​ລາຍ ທີ່​ເປັນສາເຫດ​ແຜ່​ພະຍາດ​ໃນ​ລະດູຝົນ ທັງ​ນີ້​ກໍ​ເພື່ອ​ເຮັດ​ໃຫ້​ສະຖານ​ທີ່​ພາຍ​ໃນ ​ແລະ ອ້ອມ​ຂ້າງ​ກະຊວງ ໃຫ້​ມີ​ຄວາມ​ສະອາດ​ງາມ​ຕາ ​ແລະ ​ເປັນ​ການສະ​ເຫຼີມສະຫຼອງ ວັນ​ລັດຖະທຳ​ມະນູນ​ແຫ່ງ​ຊາດ ຄົບຮອບ 27 ປີ ຢ່າງ​ເປັນ​ຂະ​ບວນການ​ຟົດ​ຟື້ນ.

ຂຽນຂ່າວ: ອ່ອນ​ຄຳ ​ໄຊ​ຍະ​ວົງ ພາບ: ສົມ​ຫັວງ