ແຂວງ ບໍ່ແກ້ວ

ຂ່າວການເຄື່ອນໄຫວ ແລະ ບົດຄວາມອື່ນໆ

ພະແນກຍຸຕິທຳແຂວງ ບໍ່ແກ້ວ ເຂົ້າຮ່ວມພິທີປູກຕົ້ນໄມ້ແຫ່ງຊາດ

          ເພື່ອເປັນການສະເຫຼີມສະຫຼອງວັນເດັກນ້ອຍສາກົນ ຄົບຮອບ 98 ປີ (1 ມີຖຸນາ 1924-1 ມີຖຸນາ 2022 ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 42 ປີ (1 ມີຖຸນາ 1980-1 ມີຖຸນາ 2022) ດໍາເນີນໄປດ້ວຍບັນຍາກາດອັນຟົດຟື້ນ ໃນຕອນເຊົ້າຂອງວັນທີ 1 ມິຖຸນາ 2022 ພະແນກຍຸຕິທຳແຂວງ ບໍ່ແກ້ວ ໄດ້ເຂົ້າຮ່ວມພິທີປູກຕົ້ນໄມ້ ຊຶ່ງໄດ້ຈັດຂຶ້ນຢູ່ທີ່ບໍລິເວນລຽບຕາມທາງແຄມຂອງ ແລະ ສວນສາທາລະນະໜອງຖານແຂວງ ບໍ່ແກ້ວ ນຳພາໂດຍທ່ານ ຄໍາຫຼ້າ ອຸດທະຍອດ ກຳມະການພັກແຂວງ, ຫົວໜ້າພະແນກຍຸຕິທໍາແຂວງ ບໍ່ແກ້ວ, ມີບັນດາຄະນະພະແນກ, ຫົວໜ້າ ແລະ ຮອງຫົວໜ້າຂະແໜງ, ພ້ອມດ້ວຍພະນັກງານ-ລັດຖະກອນເຂົ້າຮ່ວມ.

ພິທີສອບເສັງຄັດເລືອກເອົາລັດຖະກອນໃໝ່ປະຈຳປີ 2022 ທີ່ ພະແນກຍຸຕິທຳແຂວງ ບໍ່ແກ້ວ

         ໃນຕອນເຊົ້າຂອງວັນທີ 27 ພຶດສະພາ 2022 ນີ້, ພະແນກຍຸຕິທຳແຂວງ ບໍ່ແກ້ວ ໄດ້ຈັດພິທີການສອບເສັງຄັດເລືອກເອົາລັດຖະກອນໃໝ່ ປະຈຳປີ 2022 ຕາມການຈັດແບ່ງຕົວເລກລັດຖອນຂອງກະຊວງຍຸຕິທຳຂື້ນຢ່າງເປັນທາງການ. ຢູ່ທີ່ຫ້ອງປະຊຸມຂອງພະແນກຍຸຕິທຳ ໂດຍພາຍໃຕ້ການເປັນປະທານ ຂອງທ່ານ ສຸລິເດດ ບັນດາກອນ ຮອງຫົວໜ້າພະແນກຍຸຕິທຳ, ມີຜູ້ຕາງມາຈາກຄະນະຈັດຕັ້ງແຂວງ, ພະແນກພາຍໃນແຂວງ, ມີອາສາສະໝັກມາຈາກຫ້ອງການຍຸຕິທຳເມືອງ 5 ເມືອງ ແລະ ຂະແໜງການກ່ຽວຂ້ອງຂອງພະແນກຍຸຕິທຳ ພ້ອມດ້ວຍນັກສຶກສາທີ່ຮຽນຈົບສາຂາວິຊາກົດໝາຍ.

ກອງປະຊຸມທາບທາມຄໍາເຫັນໃສ່ຮ່າງກົດໝາຍ ທີ່ ພະແນກຍຸຕິທຳແຂວງ ບໍ່ແກ້ວ

          ໃນວັນທີ 17 ພຶດສະພາ 2022 ທີ່ຫ້ອງປະຊຸມພະແນກຍຸຕິທໍາແຂວງ ບໍ່ແກ້ວ ໄດ້ຈັດກອງປະຊຸມທາບທາມຄໍາເຫັນໃສ່ຮ່າງກົດໝາຍ ໂດຍການເປັນປະທານຂອງ ທ່ານ ວິພົງ ບົວອາໄພ ຮອງຫົວໜ້າພະແນກຍຸຕິທຳແຂວງ ບໍ່ແກ້ວ, ມີບັນດາຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ, ຄະນະຮັບຜິດຊອບຮ່າງກົດໝາຍ ແລະ ວິຊາການເຂົ້າຮ່ວມທັງໝົດ 14 ທ່ານ, ຍິງ 7 ທ່ານ.

ເມືອງ ຫ້ວຍຊາຍ ແຂວງ ບໍ່ແກ້ວ ປິດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ

          ໃນວັນທີ 12 ພຶດສະພາ 2022 ຫ້ອງການຍຸຕິທໍາເມືອງ ຫ້ວຍຊາຍ ແຂວງ ບໍ່ແກ້ວ ໄດ້ຈັດພິທີປິດຊຸດຝຶກອົບຮົມ ກົດໝາຍໄລຍະສັ້ນ 45 ວັນ ສຳລັບການປົກຄອງຂັ້ນຮາກຖານບ້ານ, ຊຸດທີ I ຂຶ້ນ ທີ່ຫ້ອງການບ້ານ ໂພນສະຫວ່າງ ໂດຍໃຫ້ກຽດເປັນປະທານຂອງທ່ານ ດຣ ຄຳຜະຫຍາ ພົມປັນຍາ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງ ບໍ່ແກ້ວ, ໃຫ້ກຽດເຂົ້າຮ່ວມ ທ່ານ ຫົງແກ້ວ ວິໄນວົງ ກໍາມະການພັກແຂວງ, ເລຂາພັກເມືອງເຈົ້າເມືອງ ຫ້ວຍຊາຍ, ທ່ານ ຄຳຫຼ້າ ອຸດທະຍອດ, ກໍາມະການພັກແຂວງ ຫົວໜ້າພະແນກຍຸຕິທຳແຂວງ, ມີຫົວໜ້າ-ຮອງຫົວໜ້າຫ້ອງການອ້ອມຂ້າງເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການຍຸຕິທໍາ, ຄູ-ອາຈານ ແລະ ຄະນະພັກຮາກຖານ, ອຳນາດການປົກຄອງບ້ານ, ພ້ອມດ້ວຍແຂກຖຶ

ກອງປະຊຸມປືກສາຫາລືກ່ຽວກັບການຄົ້ນຄ້ວາປັບປຸງກົງຈັກການຈັດຕັ້ງ ຂອງພະແນກຍຸຕິທຳແຂວງ ບໍ່ແກ້ວ

          ໃນຕອນບ່າຍຂອງວັນທີ 6 ພຶດສະພາ 2022 ຜ່ານມາ ຢູ່ທີ່ຫ້ອງປະຊຸມຂອງພະແນກຍຸຕິທໍາແຂວງ ບໍ່ແກ້ວ ໄດ້ຈັດກອງປະຊຸມຄົ້ນຄວ້າ ແລະ ປືກສາຫາລືກ່ຽວກັບການປັບປຸງກົງຈັກການຈັດຕັ້ງ ຂອງພະແນກຍຸຕິທໍາ ໂດຍການເປັນປະທານຂອງ ທ່ານ ສົມພອນ ແກ້ວມະນີ ກໍາມະການປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ຮອງຫົວໜ້າຄະນະປັບປຸງກົງຈັກການຈັດຕັ້ງລັດຂັ້ນແຂວງ, ມີ ຫົວໜ້າພະແນກ, ຮອງຫົວໜ້າພະແນກຍຸຕິທໍາ, ຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງຂັ້ນແຂວງ ແລະ ຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງຂັ້ນພະແນກຍຸຕິທໍາແຂວງເຂົ້າຮ່ວມ.

ທ່ານຮອງຫົວໜ້າພະແນກຍຸຕິທຳແຂວງ ບໍ່ແກ້ວ ຂຶ້ນຫ້ອງສອນປະມວນກົດໝາຍແພ່ງ ໃຫ້ແກ່ນັກສຶກສາໂຮງຮຽນການ ເມືອງ-ການປົກຄອງແຂວງ

          ໃນວັນທີ 5 ພຶດສະພາ 2022 ທ່ານ ສຸລິເດດ ບັນດາກອນ ຮອງຫົວໜ້າພະແນກຍຸຕິທໍາແຂວງ ບໍ່ແກ້ວ ໄດ້ຂຶ້ນຫ້ອງສອນວິຊາ ປະມວນກົດໝາຍແພ່ງ ຢູ່ໂຮງຮຽນການເມືອງ-ການປົກຄອງແຂວງ ບໍ່ແກ້ວ, ໃຫ້ແກ່ນັກສຶກສາທິດສະດີ ຮຸ້ນທີ 11 ຊຶ່ງມີນັກສຶກສາທັງໝົດ 66 ທ່ານ, ຍິງ 16 ທ່ານ.

ພະແນກຍຸຕິທຳແຂວງ ບໍ່ແກ້ວ ໄດ້ຈັດພິທີປາຖະກະຖາ ມູນເຊື້ອວັນສ້າງຕັ້ງ ຊາວຫນຸ່ມ ປະຊາຊົນ ປະຕິວັດລາວ ຄົບຮອບ 67 ປີ ແລະ ປະຫວັດຄວາມເປັນມາ ຂອງວັນກຳມະກອນ ສາກົນ ຄົບຮອບ 136 ປີ

          ໃນຕອນບ່າຍວັນທີ 26 ເມສາ 2022 ຢູ່ທີ່ຫ້ອງປະຊຸມພະແນກຍຸຕິທຳແຂວງ ບໍ່ແກ້ວ ໄດ້ຈັດພິທີປາຖະກະຖາ ຫວນຄືນມູນເຊື້ອ ວັນສ້າງຕັ້ງຊາວໜຸ່ມ ປະຊາຊົນປະຕິວັດລາວ ຄົບຮອບ 67 ປີ (14/4/1955-14/4/2022) ແລະ ປາຖະກະຖາ ຫວນຄືນມູນເຊື້ອ ວັນກໍາມະກອນສາກົນ ຄົບຮອບ 136 ປີ (1/5/1886-1/5/2022) ໂດຍການເປັນປະທານຮ່ວມຂອງ ທ່ານ ສຸລິເດດ ບັນດາກອນ ຮອງເລຂາໜ່ວຍພັກ, ຮອງຫົວໜ້າພະແນກຍຸຕິທຳ ແລະ ທ່ານ ວິພົງ ບົວອາໄພ ຮອງຫົວໜ້າພະແນກຍຸຕິທຳ, ມີ ພະນັກງານລັດຖະກອນ, ສະມາຊິກຊາວໜຸ່ມ ແລະ ສະມຊິກກຳມະບານພາຍໃນພະແນກຍຸຕິທຳເຂົ້າຮ່ວມ.

ທ່ານຮອງເຈົ້າແຂວງ ບໍ່ແກ້ວ ລົງພົບປະໂອ້ລົມຜູ້ເຂົ້າຮ່ວມຝຶກອົບຮົມໃນຊຸດຝຶກອົບຮົມກົດໝາຍ 45 ວັນ

          ໃນວັນທີ 25 ເມສາ 2022 ທ່ານ ດຣ ຄໍາພະຫຍາ ພົມປັນຍາ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງ ບໍ່ແກ້ວ ໄດ້ລົງພົບປະໂອ້ລົມຜູ້ເຂົ້າຮ່ວມຝຶກອົບຮົມກົດໝາຍຂັ້ນພື້ນຖານລະບົບບຳລຸງ 45 ວັນ ຂອງອົງການປົກຄອງຮາກຖານບ້ານ ຊຸດທີ I ປະຈຳປີ 2022 ຢູ່ກຸ່ມບ້ານ ດ່ານຖິ່ນ, ເມືອງ ຫ້ວຍຊາຍ, ຢູ່ທີ່ຫ້ອງປະຊຸມບ້ານໂພນສະຫວ່າງ ໂດຍມີຄະນະນຳຂອງແຂວງ, ຄະນະນໍາຂອງເມືອງ ພ້ອມດ້ວຍຜູ້ເຂົ້າຮ່ວມຝຶກອົບຮົມ ເຂົ້າຮ່ວມ.

ຄູ-ອາຈານໂຮງຮຽນການເມືອງ-ການປົກຄອງແຂວງ ບໍ່ແກ້ວ ແລກປ່ຽນບົດຮຽນ ກັບພະແນກຍຸຕິທໍາແຂວງ

          ໃນຕອນເຊົ້າຂອງວັນທີ 5 ເມສາ 2022 ຜ່ານມານີ້ ຢູ່ທີ່ຫ້ອງປະຊຸມພະແນກຍຸຕິທໍາແຂວງ ບໍ່ແກ້ວ ໄດ້ເປີດກອງປະຊຸມແລກປ່ຽນ ແລະ ຖອດຖອນບົດຮຽນ ລະຫວ່າງ ໂຮງຮຽນການເມືອງ-ການປົກຄອງແຂວງ ບໍ່ແກ້ວ ກັບ ພະແນກຍຸຕິທໍາແຂວງ ໂດຍພາຍໃຕ້ການເປັນປະທານຮ່ວມ ຂອງທ່ານ ວິພົງ ບົວອາໄພ ຮອງຫົວໜ້າພະແນກຍຸຕິທໍາແຂວງ ແລະ ທ່ານ ນາງ ມະລິ ສຸພັນທະວົງ ຮອງຫົວໜ້າໂຮງຮຽນການເມືອງ-ການປົກຄອງແຂວງ, ມີບັນດາຄູ-ອາຈານ, ຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ ແລະ ວິຊາການ ພາຍໃນພະແນກຍຸຕິທໍາແຂວງ ເຂົ້າຮ່ວມທັງໝົດ 35 ທ່ານ, ຍິງ 12 ທ່ານ.

ທ່ານຮອງຫົວໜ້າພະແນກຍຸຕິທຳແຂວງ ບໍ່ແກ້ວ ຂຶ້ນຫ້ອງສອນລັດຖະທຳມະນູນ ໃຫ້ແກ່ນັກສຶກສາໂຮງຮຽນການເມືອງ-ການປົກຄອງແຂວງ

          ໃນວັນທີ 19 ເມສາ 2022 ທ່ານ ສຸລິເດດ ບັນດາກອນ ຮອງຫົວໜ້າພະແນກຍຸຕິທຳແຂວງ ບໍ່ແກ້ວ ໄດ້ຂຶ້ນຫ້ອງວິຊາ ລັດຖະທຳມະນູນ ຢູ່ໂຮງຮຽນການເມືອງ-ການປົກຄອງແຂວງ ບໍ່ແກ້ວ, ໃຫ້ແກ່ນັກສຶກສາທິດສະດີ ຮຸ້ນທີ 11 ມີນັກສຶກສາທັງໝົດ 66 ທ່ານ, ຍິງ 16 ທ່ານ.

Pages