ແຂວງ ໄຊສົມບູນ

ຂ່າວການເຄື່ອນໄຫວ ແລະ ບົດຄວາມອື່ນໆ

ເມືອງ ຮົ່ມ ແຂວງ ໄຊສົມບູນ ສຳເລັດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນຊຸດທີ II

          ໃນຕອນເຊົ້າວັນທີ 19 ພຶດສະພາ 2022 ນີ້ ເມືອງ ຮົ່ມ ແຂວງ ໄຊສົມບູນ ໄດ້ສະຫຼູບປິດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ຊຸດທີ II ໃຫ້ບັນດາພະນັກງານ-ລັດຖະກອນຫຼັກແຫຼ່ງຂອງເມືອງ ຈັດຂື້ນຢູ່ທີ່ສະໂມສອນເມືອງ ຮົ່ມ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ບຸນເລີດ ລໍ່ ຮອງເລຂາພັກເມືອງ, ມີ ທ່ານ ລືຢ່າງ ຫວັງເຢັ່ງ ຮອງຫົວໜ້າພະແນກຍຸຕິທຳແຂວງ ໄຊສົມບູນ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຄະນະຮັບຜິດຊອບ ແລະ ນັກຝຶກອົບຮົມ ເຂົ້າຮ່ວມ.

ພິທີ ປະກາດຮັບຮອງ 3 ອົງການຈັດຕັ້ງມະຫາຊົນ ຂອງພະແນກຍຸທໍາແຂວງ ໄຊສົມບູນ ເປັນໜ່ວຍ 3 ດີ, 4 ບຸກ ແລະ 5 ເປັນເຈົ້າ

          ໃນວັນທີ 12 ພຶດສະພາ 2022 ພະແນກຍຸຕິທໍາແຂວງ ໄຊສົມບູນ ໄດ້ຈັດພິທີປະກາດຮັບຮອງ 3 ອົງການຈັດຕັ້ງມະຫາຊົນ ເປັນໜ່ວຍແມ່ຍິງ 3 ດີ, ຊາວໜຸ່ມ 4 ບຸກ ແລະ ກໍາມະບານ 5 ເປັນເຈົ້າ ຂຶ້ນທີ່ຫ້ອງປະຊຸມສານປະຊາຊົນແຂວງ ໄຊສົມບູນ ໂດຍການເປັນປະທານຮ່ວມຂອງ ສະຫາຍ ອິນຕອງ ໂຄດປັນຍາ ກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າພະແນກຍຸຕິທຳແຂວງ, ສະຫາຍ ນາງ ຄຳສີ ສິດທິວໍລະດາ ກຳມະການພັກແຂວງ ປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ສະຫາຍ ເນັ້ງຢ່າງ ໃຈຫວັງໝັ້ນ ປະທານຄະນະບໍລິຫານງານສະຫະພັນກຳມະບານແຂວງ, ພ້ອມດ້ວຍຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ ຂົງເຂດອົງການປົກປ້ອງກົດໝາຍ, ພະແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ

ຫ້ອງການຍຸຕິທໍາເມືອງ ອະນຸວົງ ສົມທົບກັບຫ້ອງການອ້ອມຂ້າງເມືອງ ເຄື່ອນໄຫວວຽກງານໂຄສະນາເຜີຍແຜ່ກົດໝາຍ

          ໃນຕອນເຊົ້າຂອງວັນທີ 1 ເມສາ 2022 ທີ່ຜ່ານມານີ້ ຫ້ອງການຍຸຕິທໍາ ໄດ້ສົມທົບກັບ ສະຫະພັນແມ່ຍິງ ແລະ ປກສ ເມືອງ ອະນຸວົງ ໄດ້ລົງໂຄສະນາເຜີຍແຜ່ກົດໝາຍໃຫ້ແກ່ປະຊາຊົນບ້ານນໍ້າໂມ້ ແລະ ໂຮງຮຽນ ມສ ນໍ້າໂມ້ ເມືອງ ອະນຸວົງ ແຂວງ ໄຊສົມບູນ. ໂດຍການນຳພາຂອງ ທ່ານ ບູນມີ ລໍພະຈັນ ຮອງຫົວໜ້າຫ້ອງການຍຸຕິທຳເມືອງ ອະນຸວົງ ເປັນການເຂົ້າຮ່ວມຂອງທ່ານ ສອນໄຊ ເລຂາພັກບ້ານ ນາຍບ້ານ ນໍ້າໂມ້, ມີທ່ານ ຄຳແພງ ແສງປະດິດ ອຳນວຍການໂຮງຮຽນ ມສ ນໍ້າໂມ້ ຕະຫລອດຮອດປະຊາຊົນພາຍໃນບ້ານ ແລະ ນ້ອງນັກຮຽນຊັ້ນ ມ 6-ມ 7 ມີຜູ້ເຂົ້າຮ່ວມທັງໝົດ 138 ຄົນ ເພດຍິງ 75 ຄົນ.

ຮັບຮອງບ້ານ ອ່າວເໜືອ ເປັນບ້ານແບບຢ່າງປະຕິບັດກົດໝາຍ

          ໃນຕອນເຊົ້າຂອງວັນທີ 3 ກຸມພາ 2022 ທີ່ຜ່ານມານີ້ ຢູ່ທີ່ຫໍວັດທະນະທໍາບ້ານອ່າວເໜືອ ເມືອງ ອະນຸວົງ ແຂວງ ໄຊສົມບູນ ໄດ້ຈັດພິທີປະກາດຮັບຮອງເອົາບ້ານ ອ່າວເໜືອ ເປັນບ້ານແບບຢ່າງປະຕິບັດກົດໝາຍໂດຍ ການເປັນປະທານຮ່ວມຂອງທ່ານ ສັງຄົມ ສູນດາລາ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດເມືອງ ອະນຸວົງ (ຜູ້ຊີ້ນໍາວຽກງານຍຸຕິທໍາ), ມີທ່ານ ບູນມີ ລໍພະຈັນ ຮອງຫົວໜ້າຫ້ອງການຍຸຕິທໍາເມືອງ, ມີທ່ານ ຫວາຊົ່ງລໍ່ ປ່າເຢຍ ເລຂາພັກບ້ານ-ນາຍບ້ານ ອ່າວເໜືອ, ມີການຈັດຕັ້ງເມືອງ, ພະນັກງານກອງກໍ່ສ້າງຮາກຖານປະຈໍາກຸ່ມ, ຜູ້ຊົງຄຸນວຸດທິ ແລະ ປະຊາຊົນພາຍໃນບ້ານເຂົ້າຮ່ວມທັງໝົດ 52 ຄົນ, ເພດຍິງ 15 ຄົນ.

ໜ່ວຍພັກພະແນກຍຸຕິທໍາແຂວງ ໄຊສົມບູນ ສະຫຼຸບຕີລາຄາ, ກວດກາ, ປະເມີນ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ

          ໜ່ວຍພັກພະແນກຍຸຕິທໍາແຂວງ ໄຊສົມບູນ ຈັດກອງປະຊຸມ ສະຫລຸບຕີລາຄາ, ກວດກາ, ປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂຶ້ນ ໃນຕອນເຊົ້້າຂອງວັນທີ 24 ພະຈິກ 2021 ນີ້ ຢູູ່ທີ່ຫ້ອງປະຊຸມສານປະຊາຊົນ ແຂວງ ໂດຍການ ເປັນປະທານຂອງສະຫາຍ ນາງ ເພັດສະໄໝ ໂພໄຊຍະວົງ ຄະນະປະຈໍາພັກແຂວງ, ປະທານກວດກາພັກ-ລັດ ແຂວງ, ມີສະຫາຍ ອິນຕອງ ໂຄດປັນຍາ, ກໍາມະການພັກແຂວງ ເລຂາໜ່ວຍພັກພະແນກຍຸຕິທໍາ ແຂວງ, ມີຄະນະກຳມະການຮັບຜິດຊອບຊີ້ນຳ ການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂັ້ນແຂວງ ແລະ ສະມາຊິກພັກພາຍໃນໜ່ວຍເຂົ້າຮ່ວມ.

Pages