ກໍາມະບານຮາກຖານພະແນກຍຸຕິທຳແຂວງ ຜົ້ງສາລີ ປະຖະກະຖາວັນກໍາມະກອນສາກົນ ຄົບຮອບ 136 ປີ ແລະ ສ້າງຂະບວນການອອກແຮງງານ
Submitted by xaiyphimphone on
ໃນວັນທີ 29 ເມສາ 2022 ຄະນະກໍາມະບານຮາກຖານພະແນກຍຸຕິທຳແຂວງ ຜົ້ງສາລີ ໄດ້ຈັດພິທີປາຖະກະຖາວັນກໍາມະກອນສາກົນ ຄົບຮອບ 136 ປີ ແລະ ສ້າງຂະບວນການອອກແຮງງານ ໂດຍການເປັນປະທານຂອງ ສະຫາຍ ຈັນສະໝອນ ຄຸນນະເລີດ ຮອງເລຂາໜ່ວຍພັກ, ຮອງຫົວໜ້າພະແນກຍຸຕິທຳແຂວງ, ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນ, ສະຫາຍ ນາງ ອຳໄພພອນ ຕ່ອມມະນີ ຄະນະບໍລິຫານງານກຳມະບານແຂວງ, ປະທານສະຫະພັນກຳມະບານຮາກຖານພະແນກຍຸຕິທຳແຂວງ, ມີຄະນະກໍາມະບານຮາກຖານ ແລະ ສະມາຊິກກໍາມະບານພາຍໃນພະແນກຍຸຕິທຳແຂວງເຂົ້າຮ່ວມທັງໝົດ 31 ທ່ານ, ຍິງ 16 ທ່ານ.