ພະນັກງານ-ລັດຖະກອນ ຂອງພະແນກຍຸຕິທຳແຂວງ ຫຼວງພະບາງ ເຊື່ອມຊຶມເອກະສານສັງລວມຫາງສຽງຂອງສັງຄົມ
Submitted by xaiyphimphone on
ໃນຕອນເຊົ້າວັນທີ 5 ພຶດສະພາ 2022 ຜ່ານມານີ້ ທີ່ຫ້ອງປະຊຸມຂອງພະແນກຍຸຕິທໍາແຂວງຫຼວງພະບາງ ໄດ້ຈັດພິທີເຊື່ອມຊຶມເອກະສານສັງລວມ-ຫາງສຽງສັງຄົມ, ໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ເປັນຜູ້ເຊື່ອມຊຶມເອກະສານໂດຍທ່ານ ນາງ ວຽນວິໄລ ດີລະພັນ ກໍາມະການປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງຫຼວງພະບາງ, ມີຄະນະພັກ, ຄະນະພະແນກ, ຫົວໜ້າ, ຮອງຫົວໜ້າຂະແໜງ, ພະນັກງານ-ລັດຖະກອນ ພາຍໃນພະແນກ ແລະ ພະນັກງານ-ລັດຖະກອນ ທີ່ມາຈາກຄະນະໂຄສະນາອົບຮົມແຂວງຈໍານວນໜຶ່ງເຂົ້າຮ່ວມ.