ແຂວງ ຫົວພັນ

ຂ່າວການເຄື່ອນໄຫວ ແລະ ບົດຄວາມອື່ນໆ

ພິທີວາງກະຕ່າດອກໄມ້ຢູ່ອານຸສອນສະຖານປະທານ ໄກສອນ ພົມວິຫານ ແລະ ທັດສະນະສຶກສາຖ້ຳປະຫວັດສາດ, ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມຢູ່ເມືອງ ວຽງໄຊ, ແຂວງ ຫົວພັນ

          ໃນຕອນເຊົ້າວັນທີ 20 ພຶດສະພາ 2022 ນີ້ ນັກຝຶກອົບຮົມກົດໝາຍໄລຍະ 45 ວັນ ຊຸດທີ VII ຂອງແຂວງ ຫົວພັນ ໂດຍການນຳພາຂອງທ່ານ ລຳພູນ ຈັນທະລັງທອງ ຄະນະຮັບຜິດຊອບຊຸດຝຶກອົບຮົມ ຮອງຫົວໜ້າພະແນກພາຍໃນແຂວງ, ທ່ານ ວິດາວົງ ເຮືອງມີສຸກ ຫົວໜ້າຫ້ອງຝຶກອົບຮົມ ພ້ອມດ້ວຍຄະນະຮັບຜິດຊອບ ແລະ ນັກຝຶກອົບຮົມກົດໝາຍໄລຍະ 45 ວັນ ໄດ້ວາງກະຕ່າດອກໄມ້ຢູ່ອານຸສອນສະຖານປະທານ ໄກສອນ ພົມວິຫານ ໃນໂອກາດທີ່ໄດ້ມາທັດສະນະສຶກສາຖ້ຳປະຫວັດສາດເມືອງ ວຽງໄຊ ແລະ ໂຮງຮຽນເຕັກນິກ-ວິຊາຊີບແຂວງ ຫົວພັນ.

ພະແນກຍຸຕິທຳແຂວງ ຫົວພັນ ຍົກລະດັບຄວາມຮູ້ທາງດ້ານກົດໝາຍ ໃຫ້ແກ່ພະນັກງານການນຳ, ພະນັກງານຫຼັກແຫຼ່ງຂັ້ນແຂວງ

          ເພື່ອເຮັດໃຫ້ພະນັກງານການນຳຂອງເມືອງ, ພະນັກງານຫຼັກແຫຼ່ງຂັ້ນແຂວງໄດ້ຮັບຮູ້, ເຂົ້າໃຈຕໍ່ກັບລັດຖະທຳມະນູນ ແລະ ກົດໝາຍ ທັງເປັນການຍົກສູງບົດບາດການນຳພາຢູ່ຂັ້ນຕ່າງໆໃຫ້ຖືກຕ້ອງສອດຄ່ອງຕາມລັດຖະທຳມະນູນ ແລະ ກົດໝາຍນັ້ນ, ໃນວັນທີ 4 ເມສາ 2022 ນີ້.

ແຂວງ ຫົວພັນ ສະຫຼຸບວຽກງານຍຸຕິທຳ ປະຈໍາປີ 2021 ແລະ ວາງທິດທາງແຜນການ ປະຈໍາປີ 2022

          ໃນວັນທີ 29 ມີນາ 2022 ນີ້, ພະແນກຍຸຕິທໍາແຂວງ ຫົວພັນ ເປີດກອງກອງປະຊຸມສະຫຼຸບວຽກງານຍຸຕິທໍາທົ່ວແຂວງ ຫົວພັນ ປະຈໍາປີ 2021 ຂື້ນຢູ່ທີ່ຫ້ອງປະຊຸມ ຂອງຫໍວັດທະນະທຳແຂວງ ໂດຍການເປັນປະທານຂອງທ່ານ ສົມພອນ ອິນຄະວິໄລ ຫົວໜ້າພະແນກຍຸຕິທໍາແຂວງ, ເປັນກຽດເຂົ້າຮ່ວມຂອງທ່ານ ນາງ ອຳໄພວອນ ລ້ອມບຸນແພງ ກໍາມະການສໍາຮອງສູນກາງພັກ, ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ຫົວພັນ ມີບັນດາທ່ານຜູ່ຕາງໜ້າຈາກສະພາປະຊາຊົນແຂວງ, ອົງການໄອຍະການປະຊາຊົນແຂວງ, ຫົວໜ້າ, ຮອງຫົວໜ້າຫ້ອງການຍຸຕິທໍາ10 ເມືອງ ທົ່ວແຂວງ ແລະ ພ້ອມດ້ວຍພະນັກງານ-ລັດຖະກອນຢ່າງພ້ອມພຽງ.

ໜ່ວຍພັກພະແນກຍຸຕິທໍາແຂວງ ຫົວພັນ ຈັດພິທີປະກາດຮອງເລຂາ-ປະທານກວດກາ ແລະ ຮອງປະທານກວດກາ

          ໃນວັນທີ 27 ມີນາ 2022 ນີ້ ພະແນກຍຸຕິທໍາແຂວງ ຫົວພັນ ໄດ້ຈັດພິທີປະກາດການຈັດຕັ້ງ ຮອງເລຂາໜ່ວຍພັກ-ປະທານກວດກາ ແລະ ຮອງປະທານກວດກາ, ໜ່ວຍພັກພະແນກຍຸຕິທໍາ ເປັນກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ນາງ ລ້ອງຄໍາ ພອນມີໄຊ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ, ມີຄະນະກວດກາພັກ, ໂຄສະນາອົບຮົມແຂວງ, ຄະນະພັກ ແລະ ສະມາຊິກພັກສົມບູນ, ສໍາຮອງຂອງພະແນກຍຸຕິທໍາເຂົ້າຮ່ວມ.

ພະແນກຍຸຕິທຳສຳເລັດກອງປະຊຸມທາບທາມການຂື້ນແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

          ໃນວັນທີ 16 ກຸມພາ 2022 ນີ້, ພະແນກຍຸຕິທຳແຂວງຫົວພັນສຳເລັດກອງປະຊຸມທາບທາມການຂື້ນແຜນກຳນົດພະນັກງານນຳພາ-ຄຸ້ມຄອງ2021 ຫາ 2025ຂື້ນ, ຢູ່ທີຫ້ອງປະຊຸມຂອງພະແນກ ໂດຍພາຍໃຕ້ການເປັນປະທານຂອງທ່ານ ສົມພອນ ອິນຄະວິໄລ ຫົວໜ້າພະແນກຍຸຕິທຳ ເປັນກຽດເຂົ້າຂອງທ່ານ ນ. ລ້ອງຄຳ ພອນມີໄຊ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ. ມີຜູ້ຕາງໜ້າຈາກາກຄະນະຈັດຕັ້ງແຂວງ, ພະແນກກວດກາພັກ-ລັດແຂວງ ແລະ ສະມາຊິກພັກ-ພະນັກງານລັດຖະກອນເຂົ້າຮ່ວມນຳ.

Pages