ຫົວໜ້າພະແນກຍຸຕິທຳແຂວງ ອັດຕະປື ລົງຕິດຕາມຊຸກຍູ້ການຮຽນ-ການສອນກົດໝາຍໄລຍະສັ້ນ 45 ວັນ.
Submitted by xaiyphimphone on
Submitted by xaiyphimphone on
Submitted by xaiyphimphone on
Submitted by xaiyphimphone on
ໃນຕອນບ່າຍ ວັນທີ 27 ມັງກອນ 2021 ທີ່ຜ່ານມາ, ຫ້ອງການຍຸຕິທຳເມືອງ ພູວົງ ແຂວງ ອັດຕະປື ໄດ້ຈັດພິທີເປີດຊຸດຝືກຮົມກົດໝາຍໄລຍະສັ້ນ 45 ວັນ ຂຶ້ນທີ່ບ້ານ ສົມບູນ. ໃຫ້ກຽດເປັນປະທານ ຂອງທ່ານ ຄຳຊຽງ ພິມມະຈັນ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງ ພູວົງ ທັງເປັນຜູ້ຊີ້ນຳວຽກງານຂົງເຂດວັດທະນະທຳ-ສັງຄົມ, ໃຫ້ກຽດເຂົ້າຮ່ວມມີທ່ານ ຄຳຫຼ້າ ແກ້ວວັນສອນ ເລຂາໜ່ວຍພັກ ຫົວໜ້າພະແນກຍຸຕິທຳແຂວງ, ທ່ານ ວັນນະສັກ ວິໄລເນືອງ ຫົວໜ້າຫ້ອງການຍຸຕິທຳເມືອງ ພູວົງ, ມີບັນດາຄະນະປະຈຳ, ຄະນະພັກ ຫົວໜ້າຂະແໜງ, ຫົວໜ້າ ແລະ ຮອງຫົວໜ້າຫ້ອງການອ້ອມຂ້າງເມືອງ, ຫົວໜ້າ ແລະ ຮອງກອງບັນຊາການ ປກຊ-ປກສ ແລະ ຜູ້ເຂົ້າຮ່ວມຝຶກອົບຮົມທີ່ມາຈາກບ້ານ ສົມບູນເຂົ້າຮ່ວມຢ່າງພ້ອມພຽງ.
Submitted by xaiyphimphone on
Submitted by buakhao on
ໃນວັນທີ 9 ທັນວາ 2020 ທີ່ຜ່ານມານີ້, ຄະນະໜ່ວຍຊາວໜຸ່ມປະຊາຊົນ ປະຕິວັດລາວ ພະແນກຍຸຕິທຳແຂວງ ອັດຕະປື ໄດ້ຈັດພິທີ ມອບ-ຮັບ ໃບຢັ້ງຢຶນ 4 ບຸກ ຄັ້ງທີ III ຂຶ້ນຢູ່ທີ່ສະໂມສອນພະແນກຍຸຕິທຳ. ພາຍໃຕ້ການເປັນປະທານຂອງ ສະຫາຍ ວິໄລ ໄຊຍະວົງສາ ຄະນະບໍລິຫານງານຊາວໜຸ່ມແຂວງ, ເລຂາໜ່ວຍຊາວໜຸ່ມພະແນກຍຸຕິທຳແຂວງ. ໃຫ້ກຽດເຂົ້າຮ່ວມໂດຍ: ສະຫາຍ ຄຳພາສີ ເວັນມະສອນ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ມີສະຫາຍ ຄຳຫຼ້າ ແກ້ວວັນສອນ ຫົວໜ້າພະແນກຍຸຕິທຳແຂວງ, ມີແຂກຖືກເຊີນ, ພ້ອມດ້ວຍສະມາຊິກຊາວໜຸ່ມເຂົ້າຮ່ວມ 23 ສະຫາຍ, ຍິງ 9 ສະຫາຍ.
Submitted by buakhao on
ໃນວັນທີ 24-25 ພະຈິກ 2020 ຜ່ານມານີີ້ ໜ່ວຍພັກພະແນກຍຸຕິທຳແຂວງ ອັດຕະປື ໄດ້ຈັດກອງປະຊຸມປະເມີນສະມາຊິກພັກ ແລະ ໜ່ວຍພັກປະຈຳປີ 2020 ຂື້ນ ທີ່ຫ້ອງປະຊຸມພະແນກຍຸຕິທຳແຂວງ ໂດຍການເປັນປະທານຂອງ ສະຫາຍ ຄຳຫຼ້າ ແກ້ວວັນສອນ ເລຂາໜ່ວຍພັກພະແນກຍຸຕິທຳແຂວງ ອັດຕະປື ມີຄະນະພັກ ແລະ ສະມາຊິກພັກເຂົ້າຮ່ວມ.
Submitted by buakhao on
ໃນຕອນເຊົ້າ ຂອງວັນທີ 17 ພະຈິກ 2020 ທີ່ຫ້ອງປະຊຸມພະແນກຍຸຕິທຳແຂວງ ໄດ້ຈັດກອງປະຊຸມຄົ້ນຄວ້າ ແລະ ປະກອບຄຳເຫັນໃສ່ຮ່າງນິຕິກຳໃຕ້ກົດໝາຍ. ໃຫ້ກຽດເປັນປະທານໂດຍ ທ່ານ ຄຳຫຼ້າ ແກ້ວວັນສອນ ເລຂາໜ່ວຍພັກ ຫົວໜ້າພະແນກຍຸຕິທຳແຂວງ, ເຂົ້າຮ່ວມມີຄະນະພະແນກ, ຫົວໜ້າຂະແໜງ, ຮອງຂະແໜງ ແລະ ພະນັກງານວິຊາການ ທັງໝົດ 9 ທ່ານ ຍິງ 2 ທ່ານ.
Submitted by buakhao on
ໃນຕອນເຊົ້າ ຂອງວັນທີ 29 ກັນຍາ 2020 ທີ່ຜ່ານມາ ຮາກຖານກຳມະບານພະແນກຍຸຕິທຳແຂວງ ອັດຕະປື ໄດ້ເປີດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານ ແລະ ປະເມີນຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈຳປີ 2020 ແລະ ວາງທິດທາງປະຈຳປີ 2021 ຂຶ້ນ ຢູ່ທີ່ຫ້ອງປະຊຸມຂອງພະແນກຍຸຕິທຳແຂວງ ໂດຍໃຫ້ກຽດເປັນປະທານຂອງ ສະຫາຍ ຄຳຫຼ້າ ແກ້ວວັນສອນ ເລຂາໜ່ວຍພັກ ຫົວໜ້າພະແນກຍຸຕິທຳແຂວງ ປະທານຮາກຖານກຳມະບານ ແລະ ສະມາຊິກກຳມະບານຂອງພະແນກຍຸຕິທຳເຂົ້າຮ່ວມຢ່າງພ້ອມພຽງ.
Submitted by buakhao on
ໃນຕອນບ່າຍ ຂອງວັນທີ 21 ກັນຍາ 2020 ຜ່ານມາ ທ່ານ ຄຳຫຼ້າ ແກ້ວວັນສອນ ເລຂາໜ່ວຍພັກ ຫົວໜ້າພະແນກຍຸຕິທຳ ແຂວງ ອັດຕະປື ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານວິຊາສະເພາະ ຢູ່ຫ້ອງການຍຸຕິທຳເມືອງ ພູວົງ. ໂດຍມີທ່ານ ວັນນະສັກ ວິໄລເນືອງ ຫົວໜ້າຫ້ອງການຍຸຕິທຳເມືອງ ພູວົງ ພ້ອມດ້ວຍພະນັກງານເຂົ້າຮ່ວມທັງໝົດ 10 ທ່ານ, ຍິງ 3 ທ່ານ.
Submitted by buakhao on
ໃນຕອນເຊົ້າວັນທີ 8 ກັນຍາ 2020 ນີ້ ຢູ່ທີ່ຫ້ອງປະຊຸມຂອງພະແນກຍຸຕິທຳແຂວງ ໄດ້ຈັດພິທີປະກາດການຈັດຕັ້ງ ໂດຍການເຂົ້າຮ່ວມເປັນປະທານ ຂອງທ່ານ ຄຳຫຼ້າ ແກ້ວວັນສອນ ເລຂາໜ່ວຍພັກ ຫົວໜ້າພະແນກຍຸຕິທຳແຂວງ, ມີຄະນະພະແນກ, ຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ, ພ້ອມດ້ວຍພະນັກງານວິຊາການເຂົ້າຮ່ວມຢ່າງພ້ອມພຽງ.