ແຂວງ ຄຳມ່ວນ

ຂ່າວການເຄື່ອນໄຫວ ແລະ ບົດຄວາມອື່ນໆ

ຫ້ອງການຍຸຕິທຳເມືອງຫີນບູນຈັດກອງປະຊຸມສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

          ວັນທີ 18 ກຸມພາ 2022 ຢູ່ທີ່ຫ້ອງການຍຸຕິທຳເມືອງຫີນບູນໄດ້ຈັດກອງປະຊຸມສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ປີ 2021 – 2025 ເປັນກຽດເຂົ້າຮ່ວມຂອງ ທ່ານ ເທວາ ສີໂສພາ ຮອງເລຂາພັກເມືອງ ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ທ່ານ ລຳພອນ ສີອັກສອນ ຮອງຫົວໜ້າພະແນກຍຸຕິທຳ ແຂວງຄຳມ່ວນ, ມີ ພະນັກງານ ຫ້ອງການຍຸຕິທໍາເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ເມືອງ ຫີນບູນ ສຳເລັດການຝຶກອົບຮົມກົດໝາຍ 45 ວັນ ຊຸດທີ 2

          ພິທີປິດການເຝິກອົບຮົມກົດໝາຍ 45 ວັນ ຊຸດທີ 2 ຂອງເມືອງ ຫີນບູນ ໄດ້ຈັດຂຶ້ນວັນທີ 19 ສິງຫາ 2021 ຢູ່ທີ່ສະໂມສອນປ້ອງກັນຄວາມສະຫງົບ ເມືອງ ຫີນບູນ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ວຽງວິໄລ ພົມມະວົງ ຮອງຫົວໜ້າພະແນກຍຸຕິທໍາ ແຂວງ ຄໍາມ່ວນ, ທ່ານ ຄໍາສິງ ອໍລະວັນ ເຈົ້າເມືອງ ຫີນບູນ, ມີຫົວໜ້າ, ຮອງຫົວໜ້າຫ້ອງການອ້ມຂ້າງ, ພ້ອມດ້ວຍນັກຝຶກອົບຮົມເຂົ້າຮ່ວມ.

ຄະນະພະແນກຍຸຕິທຳແຂວງ ຄຳມ່ວນ ພ້ອມ​ກັບຄະນະພັກອົງການປົກຄອງເມືອງມະຫາໄຊ ຈັດກອງປະຊຸມເຜີຍແຜ່ກົດໝາຍ

ໃນວັນທີ 14 -15 ພຶດສະພາ 2019 ຜ່ານມານີ້ ທາງຄະນະພະແນກຍຸຕິທຳແຂວງ ຄຳມ່ວນ ສົມທົບກັບ ຄະນະອຳນາດການປົກຄອງເມືອງ ມະຫາໄຊ ໄດ້ຈັດກອງປະຊຸມເຜີຍແຜ່ກົດໝາຍຂຶ້ນ  ທີ່ສະໂມສອນເມືອງ ມະຫາໄຊ ແຂວງ ຄຳມ່ວນ ໂດຍການເປັນປະທານ ຂອງທ່ານ ບົວພັນ ແສງຈັນ ເລຂາພັກເມືອງ ເຈົ້້າເມືອງ ມະຫາໄຊ, ໂດຍໃຫ້ກຽດເປັນປະທານ ຂອງທ່ານ ຄຳເພົ້າ ທອງເທພາຮັກ ກຳມະການພັກແຂວງ ຫົວໜ້າພະແນກຍຸຕິທຳແຂວງຄຳມ່ວນ, ເຂົ້າຮ່ວມມີບັນ​ດາຫົວ​ໜ້າ​ຂະ​ແໜງ, ຮອງ​ຂະ​ແໜງ ແລະ ​ພະ​ນັກ​ງານ​​ພາຍ​ໃນພະ​ແນກ​ຍຸ​ຕິ​ທຳ​ແຂວງ​ເຂົ້າ​ຮ່ວມ​ຈຳ​ນວນ 13 ຄົນ, ຍິງ 3 ຄົນ, ພ້ອມດ້ວຍບັນ​ດາ​ຫົວ​ໜ້າ​ຫ​ອ້ງ​ການ, ຮອງ​ຫ້ອງ​ການ, ພະ​ນັກ​ງານ​ວິ​ຊາ​ການຂອງ​ບັນ​ດາ​ຫ້ອງ​ການອ​ອ້ມ​ຂ້າງ​ເມືອງ ພ້ອມ​ດ້ວຍ​ການ​ຈັດ​ຕັ້ງ​ຂັ້ນ​ຮາ

ຄະນະກວດກາກະຊວງຍຸຕິທຳ ລົງເຄື່ອນໄຫວວຽກງານ ທີ່ພະແນກຍຸຕິທຳແຂວງ ຄຳມ່ວນ.

ໃນວັນທີ່ 07 ພຶດສະພາ 2019 ທາງຄະນະກວດກາຂອງກະຊວງຍຸຕິທຳ ໄດ້ລົງເຄື່ອນໄຫວວຽກງານ ທີ່ ພະແນກຍຸຕິທຳແຂວງ ຄຳມ່ວນ ຈຳນວນ 3 ທ່ານ 1. ທ່ານ ສິງຫາ ງຽມຈະເລີນ, 2. ທ່ານ ພວງເພັດ ສົມວໍລະຈິດ, 3.

ສະຫຼຸບຜົນ ການເຄື່ອນໄຫວ ລົງຕິດຕາມກວດກາ ແລະ ຊຸກຍູ້ວຽກງານຍຸຕິທຳຮາກຖານປີ 2019

ສະຫຼຸບຜົນ ການເຄື່ອນໄຫວ ລົງຕິດຕາມກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານຍຸຕິທຳຮາກຖານ ໃນປີ 2019  ແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວໄດ້ຮັບການຈັດຕັ້ງປະຕິບັດຕາມຂັ້ນຕອນ, ໃຫ້ໄດ້ຮັບຜົນສຳເລັດ ມີຄຸນນະພາບສູງ ປະກອບສ່ວນໃນການຈັດຕັ້ງປະຕິບັດໃນການສ້າງເຂດທີ່ປົກຄອງທາງດ້ານກົດໝາຍເທື່ອລະກ້າວ ຊື່ງການເຄື່ອນໄຫວວຽກງານຍຸຕິທຳຮາກຖານຄັ້ງນີ້ ແມ່ນມີ 110 ຕົວເມືອງຄື:  ເມືອງ ທ່າແຂກ, ເມືອງ ໜອງບົກ, ເມືອງ ຫີນບູນ, ເມືອງ ມະຫາໄຊ, ເມືອງ ຍົມມະລາດ,, ເມືອງ ເຊບັ້ງໄຟ, ເມືອງ ໄຊບົວທອງ, ເມືອງ ນາກາຍ, ເມືອງ ຄູນຄຳ ແລະ ເມືອງ ບົວລະພາ.

Pages