ກອງປະຊຸມສະຫຼຸບວຽກງານກວດກາປະຈໍາປີ 2020 ແລະ ທິດທາງແຜນການປະຈໍາປີ 2021 ສະຖາບັນຍຸຕິທໍາແຫ່ງຊາດ ສາຂາແຂວງ ຫຼວງພະບາງ
Submitted by xaiyphimphone on
Submitted by xaiyphimphone on
Submitted by xaiyphimphone on
ໃນວັນທີ 10 ກຸມພາ 2021 ຢູ່ທີ່ຫ້ອງປະຊຸມໃຫຍ່ ສະຖາບັນຍຸຕິທໍາແຫ່ງຊາດສາຂາແຂວງ ຫຼວງພະບາງ ໄດ້ມີພິທີເຜີຍແຜ່ເອກະສານການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນແຂວງ ຫຼວງພະບາງ ຊຸດທີ II ຂຶ້ນ ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ມະນີວັນ ທ່ຽງວັນນາທີ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ນະຄອນຫຼວງພະບາງ ພ້ອມດ້ວຍຄະນະ, ມີ ທ່ານ ແສງອາລຸນ ພັນນະລັດ ຫົວໜ້າສະຖາບັນຍຸຕິທໍາແຫ່ງຊາດ ສາຂາແຂວງ ຫຼວງພະບາງ ມີຄະນະສະຖາບັນ, ພະນັກງານຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.
Submitted by buakhao on
ໃນຕອນແລງຂອງວັນພະຫັດ ວັນທີ 29 ຕຸລາ 2020 ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງສະຖາບັນໄດ້ເປີດກອງປະຊຸມເຜີຍແຜ່ຄໍາແນະນໍາຂອງຄະນະກໍາມະການເລືອກຕັ້ງລະດັບຊາດ ແລະ ເຊື່ອມຊືມເອກະສານກ່ຽວກັບການປະເມີນພະນັກງານ-ລັດຖະກອນ ແລະ ຄັດເລືອກຜົນງານປະຈໍາປີ 2020 ຂຶ້ນ ໂດຍເປັນປະທານຂອງ ທ່ານ ແສງອາລຸນ ພັນນະລັດ ເລຂາຄະນະພັກຮາກຖານ ຫົວໜ້າສະຖາບັນຍຸຕິທໍາແຫ່ງຊາດ ສາຂາແຂວງ ຫຼວງພະບາງ ພ້ອມດ້ວຍຄະນະ ແລະ ພະນັກງານຄູ-ອາຈານເຂົ້າຮ່ວມທັງໝົດ 68 ທ່ານ, ຍິງ 27 ທ່ານ.
Submitted by buakhao on
ໃນຕອນເຊົ້າວັນທີ 6 ຕຸລາ 2020 ທີ່ຜ່ານມານີ້ ຢູ່ສະໂມສອນຂອງສະຖາບັນຍຸຕິທຳແຫ່ງຊາດໄດ້ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບ ຮອບ 26 ປີ ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ປາຖະກະຖາປະຫວັດຄວາມເປັນມາຂອງວັນຄູແຫ່ງຊາດຂອງ ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ, ມີ ຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ ພະນັກງານ, ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມຢ່າງພ້ອມພຽງ.
Submitted by buakhao on
ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໃນລະຫວ່າງວັນທີ 5-7 ຕຸລາ 2020 ຢູ່ທີ່ສະຖາບັນຍຸຕິທໍາແຫ່ງຊາດ ສາຂາແຂວງ ຫຼວງພະບາງ, ໂດຍການເປັນປະທານຂອງ ທ່ານ ບຸນຕາ ສ.ຜາບມີໄຊ ຫົວໜ້າສະຖາບັນຍຸຕິທໍາແຫ່ງຊາດ, ທ່ານ ຄໍາພອນ ສີປະເສີດ ຫົວໜ້າຫ້ອງການກະຊວງຍຸຕິທໍາ ແລະ ທ່ານ ເຣຈໍນໍ ພາດສະຕານາ ຫົວໜ້າທີ່ປຶກສາດ້ານວິຊາການໂຄງການລາວ 031, ມີຜູ້ຕາງໜ້າຈາກສະຖາບັນຍຸຕິທໍາແຫ່ງຊາດ, ສະຖາບັນຍຸຕິທໍາແຫ່ງຊາດ ສາຂາ ຫຼວງພະບາງ, ສະຖາບັນຍຸຕິທໍາແຫ່ງຊາດ ສາຂາ ສະຫວັນນະເຂດ, ສະຖາບັນຍຸຕິທໍາແຫ່ງຊາດສາຂາ ຈໍາປາສັກ, ມະຫາວິທະຍາໄລແຫ່ງຊາດ, ບັນດາກົມ ທີ່ກ່ຽວຂ້ອງຂອງກະຊວງຍຸຕິທໍາ ເຂົ້າຮ່ວມທັງໝົດ ຈໍານວນ 57 ທ່ານ, ຍິງ 14 ທ່ານ.