ຫ້ອງການຍຸຕິທຳເມືອງ ຫາດຊາຍຟອງ ເປີດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ

      ເພື່ອຈັດຕັ້ງຜັນຂະຫຍາຍວຽກງານ 3 ສ້າງ, ສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ; ທີ່ກໍານົດໄວ້ໃນມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກ ກໍ່ຄືມະຕິຂອງກົມການເມືອງສູນກາງພັກ, ວຽກງານຍຸຕິທໍາຮາກຖານຕິດພັນກັບວຽກງານ 3 ສ້າງ, ຊຶ່ງເປັນວຽກງານໜຶ່ງທີ່ມີຄວາມໝາຍຄວາມສຳຄັນ ແລະ ມີທີ່ຕັ້ງພາລະບົດບາດສຳຄັນ ໄດ້ພົວພັນເຖິງວຽກງານທຸກດ້ານຢູ່ຮາກຖານ; ເປັນຕົ້ນແມ່ນການສ້າງຮາກຖານບ້ານໃຫ້ເປັນບ້ານພັດທະນາ ແນ່ໃສ່ເຮັດໃຫ້ປະເທດຊາດເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ.

      ໃນວັນທີ 2 ເມສາ 2019 ໄດ້ມີພິທີເປີດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ຊຸດທີ I ຂອງເມືອງ ຫາດຊາຍຟອງ ເປີດຂຶ້ນຢ່າງເປັນທາງການ ໂດຍເປັນປະທານຂອງທ່ານ ວົງເດືອນ ບຸນຍະແສງ ກໍາມະການພັກນະຄອນຫຼວງ, ເລຂາພັກເມືອງ ເຈົ້າເມືອງ ຫາດຊາຍຟອງ ແລະ ໃຫ້ກຽດເຂົ້າຮ່ວມ ໂດຍທ່ານ ບົວເກດ ພົມມະຈັນ ສະມາຊິກສະພາແຫ່ງຊາດ ຊຸດທີVIII, ຮອງຫົວໜ້າພະແນກຍຸຕິທຳນະຄອນຫຼວງວຽງຈັນ ມີຄະນະຄະນະພັກເມືອງ, ບັນດາຫົວໜ້າຫ້ອງການອ້ອມຂ້າງເມືອງ, ເລຂາພັກບ້ານ, ນາຍບ້ານ, ຮອງນາຍບ້ານ ແລະ ນັກສຳມະນາກອນເຂົ້າຮ່ວມຢ່າງພ້ອມພຽງ.

     ເພື່ອຈັດຕັ້ງປະຕິບັດພິທີເປີດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ຊຸດທີ I ຂອງເມືອງ ຫາດຊາຍຟອງ ນະຄອນຫຼວງວຽງຈັນ ໃຫ້ປະກົດຜົນເປັນຈິງ, ຫ້ອງການຍຸຕິທຳເມືອງ ຫາດຊາຍຟອງ ຈຶ່ງໄດ້ຂໍທິດຊີ້ນຳຈາກທ່ານເຈົ້າເມືອງ ແລະ ບັນດາຫ້ອງການອ້ອມຂ້າງເມືອງ ທີ່ກ່ຽວຂ້ອງ ໂດຍຄັດເລືອກເອົາບຸກຄະລາກອນທີ່ເປັນເປົ້າໝາຍຈະເຂົ້າຮຽນກົດໝາຍໄລຍະສັ້ນ 45 ວັນ ໂດຍສະເພາະແມ່ນເລຂາພັກບ້ານ, ນາຍບ້ານ, ຜູ້ເຮັດວຽກກັບອົງການຈັດຕັ້ງມະຫາຊົນຂອງບ້ານ ແລະ ພະນັກງານເມືອງຈຳນວນໜຶ່ງເພື່ອເຂົ້າຮຽນ, ແລ້ວນຳສົ່ງລາຍຊື່ໃຫ້ຫ້ອງການຍຸຕິທຳເມືອງ.

    ການດໍາເນີນການຮຽນ-ການສອນກົດໝາຍໄລຍະສັ້ນ 45 ວັນ ຊຸດທີ I ຂອງເມືອງ ຫາດຊາຍຟອງ ປີ 2019 ໃນຄັ້ງນີ້ ແມ່ນໄດ້ເລີ່ມເຂົ້າຮຽນຢ່າງເປັນປົກກະຕິໃນວັນທີ 6 ເມສາ 2019 ເປັນຕົ້ນໄປ, ບຸກຄະລາກອນທີ່ເລືອກມາຮຽນທັງໝົດຈຳນວນ 45 ທ່ານ, ຍິງ 18 ທ່ານ, ຊຶ່ງມາຈາກເຂດ I ຈຳນວນ 4 ທ່ານ, ເຂດ II ມີ 1 ທ່ານ, ເຂດ III ມີ 2 ທ່ານ, ເຂດ IV ມີ 17 ທ່ານ, ເຂດ V ມີ  7 ທ່ານ, ເຂດ VI ມີ  2 ທ່ານ ແລະ ມາຈາກ ພາກສ່ວນຫ້ອງການອ້ອມຂ້າງພາຍໃນເມືອງ 12 ທ່ານ. ໃນການຝຶກອົບຮົບກົດໝາຍໄລຍະສັ້ນ 45 ວັນ ປະກອບມີ 34 ວິຊາ, ມີ 25,5 ໜ່ວຍກິດ ແລະ ລວມມີ 360 ຊົ່ວໂມງ, ເທົ່າກັບ 45 ວັນ, ໃນໄລຍະທີ່ຜ່ານມາ ເມືອງ ຫາດຊາຍຟອງ ໄດ້ສ້າງບຸກຄະລາກອນກົດໝາຍຊັ້ນຕົ້ນ 3 ເດືອນ, ໄດ້ທັງໝົດ VII ຊຸດ ໄດ້ບຸກຄະລາກອນກົດໝາຍໃຫ້ຮາກຖານບ້ານຈໍານວນ 316 ທ່ານ, ຍິງ 59 ທ່ານ.

      ທ່ານ ບົວເກດ ພົມມະຈັນ ສະມາຊິກສະພາແຫ່ງຊາດຊຸດທີ VIII ຮອງຫົວໜ້າພະແນກຍຸຕິທຳນະຄອນຫຼວງວຽງຈັນ ກ່າວວ່າ: ປັດຈຸບັນນີ້ໄດ້ເປີດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ປີ 2019 ໄດ້ 3 ເມືອງແລ້ວຄື: ເມືອງ ສີສັດຕະນາກ, ເມືອງ ຫາດຊາຍຟອງ ແລະ ເມືອງ ໄຊເສດຖາ.

    ການສ້າງລັດແຫ່ງກົດໝາຍເຂົ້າສູ່ຮາກຖານບ້ານ ໂດຍຜ່ານການຈັດຕັ້ງ ແລະ ການເຄື່ອນໄຫວຂອງຂະບວນການຍຸຕິທຳຮາກຖານ, ຮັບປະກັນຄວາມເປັນສະເໝີພາບ ບົນພື້ນຖານຂອງກົດໝາຍ ແລະ ສ້າງເງື່ອນໄຂໃຫ້ປະຊາຊົນໄດ້ມີໂອກາດຮຽນຮູ້ກ່ຽວກັບລະບຽບກົດໝາຍຢ່າງທົ່ວເຖິງ, ເສີມຂະຫຍາຍສິດເປັນເຈົ້າ ຂອງປະຊາຊົນໂດຍປະຊາຊົນໄດ້ເຂົ້າຮ່ວມພັດທະນາຄອບຄົວ ແລະ ບ້ານ, ສະກັດກັ້ນປະກົດການຫຍໍ້ທໍ້, ແກ້ໄຂຂໍ້ຂັດແຍ່ງຕ່າງໆ ເພີ່ມທະວີຄວາມສາມັກຄີພາຍໃນຄອບຄົວ, ພາຍໃນບ້ານໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ, ສ້າງສະຕິເຄົາລົບກົດໝາຍ ແລະ ປະຕິບັດກົດໝາຍໃຫ້ແກ່ພະນັກງານຮາກຖານບ້ານໃຫ້ສູງຂຶ້ນ ສາມາດສະກັດກັ້ນ, ແກ້ໄຂຂໍ້ຂັດແຍ່ງຕ່າງໆ ໂດຍສັນຕິວິທີ ສ້າງເງື່ອນໄຂໃຫ້ປະຊາຊົນເຂົ້າເຖິງບໍລິການທາງດ້ານກົດໝາຍ, ຮູ້ໃຊ້ສິດຂອງຕົນເອງຕາມກົດໝາຍທີ່ໄດ້ກຳນົດໄວ້, ເຮັດໃຫ້ວຽກງານຍຸຕິທຳຮາກຖານ ກາຍເປັນຂະບວນການມະຫາຊົນ,ບົນພື້ນຖານດັ່ງກ່າວຈຶ່ງສືບຕໍ່ປັບປຸງ ແລະ ເພີ່ມທະວີຄວາມສາມັກຄີເປັນເອກະພາບ ລະຫວ່າງ ປະຊາຊົນບັນດາເຜົ່າ ແລະ ຊັ້ນຄົນຕ່າງໆ ບົນພື້ນຖານຮັບປະກັນຄວາມສະເໝີພາບຕໍ່ໜ້າກົດໝາຍ.

      ສ້າງ ແລະ ປັບປຸງແບບແຜນການຄຸ້ມຄອງບໍລິຫານບ້ານໃຫ້ໄປຕາມກົດໝາຍເທື່ອລະກ້າວຕາມຈິດໃຈເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ກ່ຽວກັບການສ້າງລັດແຫ່ງກົດໝາຍ, ມາແຕ່ຮາກຖານບ້ານໂດຍແນໃສ່ວຽກງານສ້າງບຸກຄະລາກອນກົດໝາຍໃຫ້ຮາກຖານບ້ານ ແມ່ນມີຄວາມສຳຄັນຫຼາຍກ່ຽວກັບການສ້າງລັດແຫ່ງກົດໝາຍ, ຮັບປະກັນການຈັດຕັ້ງປະຕິບັດວຽກງານຍຸຕິທຳຮາກຖານໃຫ້ປະສົບຜົນສຳເລັດໃນແຕ່ລະໄລຍະທັງຮັບປະກັນການປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານ, ການເມືອງຮອບດ້ານ, ການສ້າງບຸກຄະລາກອນກົດໝາຍ, ຕິດພັນກັບຂະບວນການຕົວຈິງ ຂອງທ້ອງຖິ່ນຮາກຖານຕາມທິດທັງຮຽນ, ທັງເຮັດ ຫຼື ຮຽນທິດສະດີຕິດພັນກັບພຶດຕິກຳຕົວຈິງ ເພື່ອຝຶກຝົນຫຼໍ່ຫຼອມທັດສະນະຈິດໃຈ ຮັບໃຊ້ປະຊາຊົນຢ່າງແທ້ຈິງແຕ່ຫົວທີ ແລະ ສ້າງໃຫ້ກາຍເປັນນັກກົດໝາຍປະຈຳຢູ່ຮາກຖານບ້ານ, ເມືອງ ເພື່ອສືບທອດໃນອະນາຄົດ ຊຶ່ງທຸກຄົນຕ້ອງພ້ອມກັນປະຕິບັດ ແລະ ນຳເອົາຄວາມຮູ້ຄວາມສາມາດທາງດ້ານກົດໝາຍ ໄປໂຄສະນາເຜີຍແຜ່ໃຫ້ພື້ນຖານບ້ານ, ເມືອງ, ຂັ້ນທ້ອງຖິ່ນຂອງຕົນ ແລະ  ນຳເອົາມະຕິ, ຄຳສັ່ງ, ນິຕິກໍາຕ່າງໆ ໄປປະຕິບັດເປັນຕົ້ນແມ່ນວຽກງານ 3 ສ້າງ, ຕ້ອງເຂົ້າສູ່ລົງເລຶກພື້ນຖານບ້ານ, ເຮັດໃຫ້ບ້ານມີການພັດທະນາຮອບດ້ານ ແລະ ອົງການຈັດຕັ້ງມີຄວາມໜັກແໜ້ນເຂັ້ມແຂງຍິ່ງໆຂຶ້ນ.