ກົມກວດກາ ແລະ ປະເມີນຜົນນິຕິກໍາ ສ້າງຂະບວນການແຂ່ງຂັນກິລາຕ້ອນຮັບວັນສໍາຄັນຂອງຊາດ
Submitted by xialor on
ໃນຕອນບ່າຍຂອງວັນທີ 31 ມີນາ 2021 ທີ່ຜ່ານມາ, ກົມກວດກາ ແລະ ປະເມີນຜົນນິຕິກໍາ ໄດ້ສ້າງຂະບວນການແຂ່ງຂັນກິລາເປຕັງພາຍໃນກົມ ຂຶ້ນ ໂດຍການນໍາພາຂອງ ທ່ານ ນະລົງລິດ ນໍລະສິງ ຫົວໜ້າກົມກວດກາ ແລະ ປະເມີນຜົນນິຕິກໍາ (ກກປ) ກະຊວງຍຸຕິທໍາ ມີຄະນະບໍລິຫານງານພັກ, ຫົວໜ້າກົມ, ຕາງໜ້າກົມກວດກາ, ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ກົມທະບຽນສານ ແລະ ພະນັກງານ-ລັດຖະກອນພາຍໃນກົມເຂົ້າຮ່ວມ.