ກອງປະຊຸມ-ສຳມະນາ

ກົມໂຄສະນາເຜີຍແຜ່ກົດໝາຍ ລົງຊຸກຍູ້ວຽກງານໂຄສະນາ ຢູ່ພະແນກຍຸຕິທໍາແຂວງ ຊຽງຂວາງ

ໃນວັນທີ 27 ມັງກອນ 2020 ເວລາ 8:30 ໂມງ ທ່ານ ພູທອນ ແກ້ວດວງມະນີ ຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມຊຸຸກຍູ້ແລະ ເຄື່ອນໄຫວວຽກງານຢູ່ ພະແນກຍຸຕິທໍາແຂວງ ຊຽງຂວາງ ໃຫ້ກຽດຕ້ອນຮັບໂດຍທ່ານ ວັນໄຊ ກຶຫວັງເນັ່ງ ຮອງຫົວໜ້າພະແນກຍຸຕິທຳແຂວງ ພ້ອມດ້ວຍຄະນະ ແລະ ພະນັກງານ-ລັດຖະກອນພະແນກຍຸຕິທຳແຂວງ ຊຽງຂວາງ.

ກອງປະຊຸມໃຫຍ່ ຄັ້ງທີ I ຂອງກຳມະບານຮາກຖານ ກົມທະບຽນສານ

ໃນຕອນບ່າຍຂອງວັນທີ 17 ມັງກອນ 2020 ຢູ່ທີ່ຫ້ອງປະຊຸມຊັ້ນ 5 ຂອງກະຊວງຍຸຕິທຳ ກຳມະບານຮາກຖານ ກົມທະບຽນສານ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ I ຂອງຕົນຂຶ້ນ ໂດຍການເປັນປະທານຮ່ວມຂອງ ສະຫາຍ ຄຳເພັດ ອຸ່ນເຮືອນ ຮອງປະທານກຳມະບານກະຊວງຍຸຕິທຳ, ສະຫາຍ ໄທ ລໍເບຼັຍຢາວ ເລຂາໜ່ວຍພັກກົມທະບຽນສານ ແລະ ສະຫາຍ ນຽມ ສຸພັນຄ້ໍາມະວົງ ປະທານກຳມະບານຮາກຖານ ກົມທະບຽນສານ, ຜູ້ຕາງໜ້າກຳມະບານຮາກຖານຂອງຫ້ອງການ, ບັນດາກົມ, ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ສະຖາບັນຍຸຕິທໍາແຫ່ງຊາດ, ສະມາຊິກກໍາມະບານພາຍໃນກົມທະບຽນສານ ເຂົ້າຮ່ວມທັງໝົດ 28 ສະຫາຍ, ຍິງ 8 ສະຫາຍ.

ໜ່ວຍພັກກົມຮ່ວມືສາກົນ ສຳເລັດກອງປະຊຸມໃຫຍ່ຄັ້ງທີ ll

ເພື່ອເປັນການສະຫຼຸບຕີລາຄາຄືນກ່ຽວກັບການຊີ້ນຳ-ນຳພາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ I ໄລຍະ 5 ປີ ຜ່ານມາ (ແຕ່ປີ 2015-2019); ສະນັ້ນ, ໃນຕອນເຊົ້າຂອງວັນທີ 16 ມັງກອນ 2020 ໜ່ວຍພັກກົມຮ່ວມມືສາກົນ ກະຊວງຍຸຕິທຳ ຈຶ່ງໄດ້ໄຂກອງປະຊຸມໃຫຍ່ ຄັ້ງທີ ll ຂອງຕົນຂຶ້ນ ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງກະຊວງຍຸຕິທໍາ ໂດຍການເປັນປະທານຂອງ ສະຫາຍ ເກດສະໜາ ພົມມະຈັນ ຄະນະພັກກະຊວງ, ເລຂາໜ່ວຍພັກກົມຮ່ວມມືສາກົນ ກະຊວງຍຸຕິທຳ ເປັນກຽດເຂົ້າຮ່ວມມີ ສະຫາຍ ໄຊສີ ສັນຕິວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງຍຸຕິທໍາ, ມີສະຫາຍຮອງເລຂາຄະນະພັກ, ກຳມະການພັກກະຊວງ, ເລຂາ, ຄະນະໜ່ວຍພັກຈາກບັນດາໜ່ວຍພັກທີ່ຂຶ້ນກັບອົງຄະນະພັກກະຊວງຍຸຕິທຳ, ແຂກຖືກ

ໜ່ວຍພັກກົມໂຄສະນາເຜີຍແຜ່ກົດໝາຍ ສຳເລັດກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນ

ເພື່ອເປັນການສະຫຼຸບຕີລາຄາຄືນກ່ຽວກັບການຊີ້ນຳ-ນຳພາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ II ໄລຍະ 5 ປີ ຜ່ານມາ ສະນັ້ນ, ໃນວັນທີ 14 ມັງກອນ 2020 ໜ່ວຍພັກກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນຂຶ້ນ ໂດຍການເປັນປະທານຂອງ ສະຫາຍ ພູທອນ ແກ້ວດວງມະນີ ເລຂາໜ່ວຍພັກກົມໂຄສະນາເຜີຍແຜ່ກົດໝາຍ, ເປັນກຽດເຂົ້າຮ່ວມຂອງສະຫາຍ ໄຊສີ ສັນຕິວົງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງຍຸຕິທຳ, ມີສະຫາຍຮອງເລຂາຄະນະພັກ, ກຳມະການໜ່ວຍພັກ, ກຳມະການພັກກະຊວງ, ເລຂາ-ຄະນະໜ່ວຍພັກຈາກບັນດາໜ່ວຍພັກທີ່ຂຶ້ນກັບອົງຄະນະພັກກະຊວງຍຸຕິທຳ, ແຂກຖືກເຊີນ ພ້ອມດ້ວຍສະມາຊິກພັກສົມບູນ, ສຳຮອງ ແລະ ຜູ້ຕາງໜ້າຈາກສາມອົງກາ

Subscribe to RSS - ກອງປະຊຸມ-ສຳມະນາ